ອັບເດດ ໜ້ອຍໜຶ່ງ ພົບຮ່ອງຮອຍບາງຢ່າງ ຂອງສົບ ນາງ ວິພາພອນ


ອັບເດດ ໜ້ອຍໜຶ່ງ ພົບຮ່ອງຮອຍບາງຢ່າງ ຂອງສົບ ນາງ ວິພາພອນ (ສົບຍັງບໍ່ມີໜ່ວຍງານໃດໄປພົວພັນເອົາ ຍັງຢູ່ໄທ ນະຄອນພະນົມ).

ນາງ ວິພາພອນ ກອນສີ ປະທານ ບໍຣິສັດລາວ ວີໄອພີ ພັດທະນາການລົງທຶນ ຈໍາກັດ ຜູ້ດຽວ ແລະ ຖືກລະບຸວ່າ ນາງ ມີຄວາມສຳພັນ ໃກ້ຊິດກັບພາກລັດຫຼາຍ .

ນາງ ຖື ໜັງສືຜ່ານແດນ 2 ຫົວ; ຂອງ ສປປ ລາວ ແລະ ຂອງ ສ ປ ຈີນ ຖືກຄາດກຳ ແລະໄຫລນໍ້າຂອງ ໄປທາງຝັ່ງໄທຍ.

ເຈົ້າໜ້າທີ່ ສະມາຄົມກູ້ໄພສະຫວ່າງນາວາ ເມືອງທາດພະນົມ ທ່ານຫນຶ່ງເວົ້າວ່າ ໄດ້ໄປເກັບກູ້ສົບດັ່ງກ່າວຂຶ້ນມາ ຕາມບໍລິເວນດັງ, ໃບໜ້າ ແລະທ້ອງ ມີຮອຍຖືກຕີ ດ້ວຍຂອງແຂງ.

“ມີຮ່ອງຮອຍຖືກຕີ ບໍລິເວນດັງ ແລະໃບໜ້າ ໜ້າຈະຖືກຕີ ດ້ວຍວັດຖຸຂອງແຂງ ແຕ່ທີ່ບໍລິເວນ ລໍາຄໍບໍ່ມີຮອຍຖືກຮັດ ສະພາບສົບເລີ່ມເໜົ່າເປື່ອຍ ໜ້າຈະຖືກໄມ້ຕີ ເລີຍເຮັດໃຫ້ບໍລິເວນ ຊ່ອງທ້ອງເບື້ອງຂວາ ມີການຈີກຂາດ.”

dav

“ທາງຍາດພີ່ນ້ອງ ຂອງຜູ້ເສັຍຊີວິດຍັງບໍ່ທັນໄດ້ຕິດຕໍ່ມາຫາໜ່ວຍງານຂອງຕຳຫຼວດໄທເທື່ອ ແລະທາງເຈົ້າໜ້າທີ່ຕໍາຫຼວດແຂວງນະຄອນພະນົມ ກໍຍັງບໍ່ທັນລາຍງານລາຍລະອຽດຂອງຜູ້ເສັຍຊີວິດໃຫ້ກັບທາງການລາວຮັບຮູ້ເທື່ອ.

(ດູຕົນຊາດມະນຸດຮ່ວມໂລກ).

ຂໍໃຫ້ເລື່ອງລາວຂອງເຈົ້າຈົບລົງດ້ວຍດີເດີ່

ປລ. ພາບພາສປອດ ສະບັບ ລາວ

ພາບປະກອບສະເກັດຂ່າວ Hot News